banner
 
 

 
 

ຂ່າວໃໝ່

 
ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວເປີດ​ບໍລິການຕູ້​ເອທີ ​ເອັມ​ໃຫມ່.
ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ໄດ້​ເປີດ​ຈຸດບໍລິການ
ຕູ້​ເອທີເອັມສອງ​ຈຸດຢູ່​ທີ່​ສູນ​ການ​ຄ້າ​ຕະຫລາດ​ເຊົ້າShopping
Mall ​ແລະ ​ເຂດອານຸສາວະລີຕໍ່ຫນ້າ​ກະຊວງ​ກະສິກຳ. ໃນ​
ອານາ​ຄົດ​ອັນໄກ້ໆ​ນີ້ທະນາຄານ​ພວກ​ເຮົາກໍມີ​ແຜນ​ຈະ​ເປີດຈຸດ
​ບໍລິການຕູ້​ເອທີ​ເອັມເພີ້ມຕື່ມອີກ​ຢູ່​ຫນ້າ​ຂ່າວສານ​ປະ​ເທດລາວ
ຂ້າງ​ຮ້ານ​ອາຫານຂອບ​ໃຈ​ເດີແລະ ຕໍ່ຫນ້າກະຊວງ​ການ​ເງິນ.

ໂຄງການ​ກໍ່ສ້າງຕຶກ​ອາຄານ​ສຳນັກງານ​ສາຂາ​ຫລວງ​ພະ​ບາງ​ ຫລັງ​ໃໝ່
ມາ​ຮອດ​ປະຈຸ​ບັນ​ໂຄງ​ການ​ກໍ່ສ້າງ​ຕຶກ​ອາຄານ​ສຳນັກງານທະ
ນາຄານການຄ້າ ຕ່າງປະເທດ​ລາວ ສາຂາ​ຫລວງ​ພະ​ບາງ
ເຊີ່ງ​ຕັ້ງຢູ່​ຖະຫນົນພູວ່າວໃກ້ຈະ​ສຳ​ເລັດ​ແລ້ວ ​ເຊີ່ງ​ຈະ​ໄດ້​
ເປີດ​​ບໍລິການ​ລູກ​ຄ້າ​ເປັນທາງ​ການ​ໃນວັນທີ 23 ເດືອນ
07 ປີ 2007 ນີ້.
ເປີດ​​ໃຫ້ບໍລິການ​ແລ້ວຕູ້​ເອທີ​ເອັມ
ເຊີ່ງ​ສາມາດບໍລິການ​​ຖອນ​ເງິນໄດ້​ທັງ​ບັດ​ພາຍ​ໃນ ແລະ
 ບັດ​ຕ່າງປະ​ເທດ​ຢູ່ໃນ​ຕູ້ດຽວກັນໂດຍມີ​ເຄືອ​ຂ່າທຸກສາຂາ
 ຂອງທະນາຄານ​ການຄ້າ ຕ່າງປະ​ເທດ​ລາວ ໃນທົ່ວປະ
 ເທດເຊັ່ນ: ຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ, ວັງ​ວຽງ, ຫລວງ​
 ພະບາງ, ອຸດົມໄຊ, ຫຼວງນ້ຳທາ, ຄຳ​ມ່ວນ, ສະຫວັນ​ນະ​
 ເຂດ ແລະ ສາຂາ​ຈຳປາ​ສັກ. ໃນອານາ​ຄົດ​ໃກ້ໆ​ນີ້ ທະ
 ນາຄານມີ​ແຜນ​ຈະ​ຂະຫຍາຍ​ຕູ້​ເອທີ​ເອັມເພີ້ມຕື່ມຢູ່ນະຄອນ​
 ຫລວງ​ວຽງຈັນ, ສະຫວັນນະ​ເຂດ ​ແລະ ຈຳປາ​ສັກເພື່ອ
 ​ຮອງ​ຮັບ​ຕໍ່​ລູກຄ້າທີ່​ມາໃຊ້ບໍລິການ​ທີ່​ນັບ​ມື້ນັບເພີ້ມຂື້ນ. ​  
ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ເປີດ​ກອງ​ປະຊຸມ​ພົບ​ປະ​ລູກ​ຄ້າ>
ໃນ​ວັນ​ທີ ຢູ່​ທີ່​ຫ້ອງ​ປະຊຸມໂຮງ​ແຮມ​ລ້ານ​ຊ້າງ​​ໄດ້​ຈັດ​ກອງ​
 ປະຊຸມປະ​ລູກ​ຄ້າຂື້ນລະຫວ່າງທະນາຄານ​ການ​ຄ້າຕ່າງປະ
 ​ເທດ​ລາວລວມກັບ​ບັນດານັກທຸ ​​ລະກິດ​ພາຍ​ໃນນະຄອນ
 ຫລວງ​ວຽງຈັນເພື່ອ​ປຶກສາ​ຫາລຖອດ​ຖອນ​ບົດຮຽນກ່ຽວ
 ກັບວຽກງານ​ສິນ​ເຊື່ອໃສ່ເພື່ອປັບ​ວຽກ​ງານ​ສິນ​ເຊື່ອ​ໃຫ້​ດີ​
 ຂື້ນ ແລະ ມີປະສິດທິ​ຜົນ.
ສູນ​ກະຈາຍ​ໄຟຟ້າດ້ວຍ​ລະບົບຫມໍ້​ເກັບ​ໄຟຟ້າຂອງ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ
ປະຈຸ​ບັນ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ໄດ້​ມີ​ສູນ
 ກະຈາຍໄຟຟ້າດ້ວຍ​ລະບົບ ​​ຫມໍ້​ເກັບ​ໄຟ​ ຂະຫນາດ​ 30
 KVAຢູ່ສຳນັກ​ງານ​ໃຫຍ່ຈຳນວນ 04 ໜ່ວຍ ແລະ ສາ
 ຂາ​ນະຄອນຫລວງຫນ່ວຍພື່ອ​ຮອງ​ຮັບຕໍ່​ເຫດການສຸກເສີນ
 ເຊັ່ນ:ໃນເວລາກະ​ແສ​ໄຟຟ້າ​ບໍ່ມາ. ທັງ​ຫມົດ​ນີ້ກໍ​ເພື່ອ​ຮອງ​
 ຮັບ​ຕໍ່​ການ​ບໍລິການ​ ດ້ວຍ​ລະບົບຂອງ​ທະນາຄານໃຫ້​ມີ​ລັກ
 ສະນະຕໍ່ເນື່ອງ.

ເປີດ​ສຳ​ມະ​ນາ​ກ່ຽວ​ກັບ​ຜະລິດ​ຕະພັນ​ການ​ບໍລິການ​ຂອງ​ທະນາຄານ

ທະນາຄານ​ການ​ຄ້າ​ ຕ່າງປະ​ເທດ​ລາວ​ໄດ້​ຈັດ​ສຳ​ມະ
 ​ນາ​ກ່ຽວ​ກັບຫົວ​ຂໍ້​ຜະລິດ​ຕະພັນການ​ບໍລິການ​ຂອງ​ທະນາ
 ຄານຂື້ນ ຢູ່ທີ່​ຫ້ອງປະຊຸມ​ຊັ້ນສາຂາ​ນະຄອນຫຼວງ ເຊີງ
 ໄດ້​ເລີ້ມຕົ້ນ​ມາຕັ້ງ​ແຕ່​ວັນທີເດືອນເມສາ ແລະ ຈະ​ສຳ
 ​ເລັດ​ໃນ​ວັນ​ທີ ເດືອນພຶດສະພາ​ໃນ​ການ​ສຳ​ມະ​ນາຄັ້ງນີ້​
 ໄດ້​ມີ​ພະນັກງານ​ມາຈາກ​ພະແນກຕ່າງໆພາຍ​ໃນ​ທະນາ
 ຄານການ​ຄ້າ​ຕ່າງປະ​ເທດລາວ ສຳນັກງານໃຫຍ່ ແລະ
 ສາຂານະຄອນຫລວງ​ໂດຍ​ມີ​ທິມງານ​ຊ່ຽວຊານ​ຈາກ​ບໍລິ
 ສັດFPT ຫວຽດນາມ ເປັນຜູ້ສະເຫ​ນີ ແລະ ບັນ​ລະ​
 ຍາຍ​ໃນ​ຫົວ​ຂໍ້​ຕ່າງໆ.
ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ສຳ​ເລັດການ​ຕິດຕັ້ງລະບົບ​ຈັກ​ປັ່ນໄຟຟ້າ​ສຳຮອງ
ການ​ຕິດຕັ້ງລະບົບ​ຈັກ​ປັ່ນ​ໄຟຟ້າ​ສຳຮອງຂອງ​ທະນາຄານ​
 ການຄ້າ​ຕ່າງປະ​ເທດ​ລາວ ເຊີ່ງ​ເລີ້ມຕົ້ນຕິດຕັ້ງມາ​ແຕ່​ເດືອນ
 02 ປີ 2007 ມາ​ຮອດ​ປະຈຸ​ບັນ ໄດ້ສຳເລັດ​ແລ້ວ​ ແລະ
 ນຳໃຊ້ລະບົບຈັກປັ່ນ​ໄຟຟ້າ​ດັ່ງກ່າວ ມີ​ຄວາມ​ແຮງ​ໃນ​ການ​
 ຜະລິດກະ​ແສ​ໄຟຟ້າໄດ້ເຖິງ 50 ກິ​ໂລ​ວັດ ສາມາດ​ຮັບ​ໃຊ້​
 ໄດ້​ທັງ​ຕຶກ​ເກົ່າ ແລະ ຕຶກໃຫມ່, ໂດຍ​ເຄື່ອງເຄື່ອງ​ຈັກ​ປັ່ນ​
 ໄຟຟ້າ​ນີ້ ຈະ​ປັ່ນກະແສ​ໄຟຟ້າ ​ດ້ວຍລະບົບ​ໂອ​ໂຕ​ໃນ​ເມື່ອ​
 ກະ​ແສໄຟຟ້າບໍ່​ມາ.
ການກໍ່ສ້າງຕຶກອາຄານສຳນັກງານສາຂາຫລວງພະບາງ
ມາ​ຮອດ​ປະຈຸ​ບັນ ​ການ​ກໍ່ສ້າງ​ຕຶກ​ອາຄານ​ສຳນັກງານທະນາ
 ຄານການຄ້າຕ່າງປະ​​ເທດ​ລາວ ສາຂາ​ຫລວງ​ພະ​ບາງ
 ​ເຊີ່ງ​ຕັ້ງຢູ່​ຖະຫນົນພູ​ວ່າວໄດ້ສຳເລັດໄປແລ້ວ 80%
 ໂດຍ​ ບໍລິສັດ ດວງ​ປະ​ເສີດ ກໍ່ສ້າງ​ເປັນ​ຜູ້​ຮັບ​ເຫມົາເຊີ່ງ
 ​ການ​ກໍ່ສ້າງອາຄານສາຂາ​ດັ່ງກ່າວ​ຈະ​ໃຫ້​ສຳ​ເລັດກ່ອນ​
 ວັນ​ທີ ​ເດືອນ08 ປີ 2007.
 
 
 
   
All Rights Reserved. Copyright © 2005-2008. BANQUE POUR LE COMMERCE EXTERIEUR LAO
Designed and Developed by CYBERIA