banner
 
 

 
 
ບັດເອທີເອັມພາຍໃນ / ບັດເດບິດ
 
ຮູບແບບການບໍລິການບັດເອທີເອັມ
ບັດເອທີເອັມ ທະນາຄານການຄ້າ ຈະອຳນວຍຄວາມສະດວກໃຫ້ຊີວິດປະຈຳວັນໂດຍທີ່ທ່ານສາມາດຖອນເງິນສົດຈາກຕູ້
ATM ໃນເຄື່ອຄ່າຍຂອງທະນາຄານການຄ້າຕ່າງປະເທດລາວ ໃນທຸກສາຂາທົ່ວປະເທດໄດ້ຕະຫຼອດ 24 ຊົ່ວໂມງ. ບັດ
ATM ທີ່ສາມາດໃຫ້ບໍລິການຜ່ານຫຼາຍບັນຊີສະກຸນເງິນ ບໍ່ວ່າຈະເປັນບັນຊີເງິນກີບ ,ບາດ ແລະ ໂດລາ, ນອກນັ້ນ ທ່ານຍັງ
ສາມາດໂອນຈາກບັນຊີຂອງທ່ານໄປຫາບັນຊີໜື່ງ ຕາມລາຍລະອຽດ ແລະ ຂັ້ນຕອນດັ່ງລຸ່ມນີ້:
  • ເງິນກີບ = ໂອນໄດ້ສູງສຸດ 99.000.000 LAK/ມື້/ບັນຊີ.
  • ເງິນໂດລາສະຫະລັດ = ໂອນໄດ້ສູງສຸດ 10.000 USD/ມື້/ບັນຊີ
  • ເງິນບາດໄທ = ໂອນໄດ້ສູງສຸດ 300.000 THB/ມື້/ບັນຊີ
ຮູບແບບການບໍລິການບັດເອທີເອັມຂອງທະນາຄານການຄ້າ
  • ເມື່ອທ່ານມີບັນຊີກັບທະນາຄານການຄ້າບໍ່ວ່າຈະເປັນຝາກປະຫຍັດຫຼືຝາກກະແສລາຍວັນ,ທ່ານສາມາດຂໍໃຊ້ບໍລິການ
    ບັດເອທີເອັມໄດ້ທັນທີ.
  • ທ່ານສາມາດຖອນເງິນມື້ໜື່ງສູງສຸດໄດ້ 5,600,000 ກີບ ແລະ ຖອນສູງສຸດແມ່ນ 700,000 ກີບ/8ຄັ້ງ/ມື້
  • ສຳລັບລູກຄ້າໃໝ່ຕ້ອງໄດ້ຈ່າຍຄ່າທຳນຽມ 10.000 ກີບສຳລັບເປີດບັນຊີໃໝ່
  • ສະມາຊິກບັດເອທີເອັມ ທະນາຄານການຄ້າ ຈະຕ້ອງຮັກສາຍອດເຫຼືອເງິນ ໃນບັນຊີ ຕ່ຳສຸດບໍ່ຫຼຸດ 50,000 ກີບ. 10 ໂດລາ 5.000 ບາດ.
  • ສະມາຊິກບັດເອທີເອັມ ທະນາຄານການຄ້າ ສາມາດກວດເບິ່ງຍອດເຫຼືອເງິນ ໃນບັນຊີໄດ້ຕະຫຼອດເວລາ.
ຄ່າບໍລິການບັດເອທີເອັມ
ເປີດບັດໃໝ່
40.000 ກີບ/ບັດ
ຂໍອອກບັດໃໝ່
30.000 ກີບ/ບັດ
ຂໍອອກລະຫັດໃໝ່
10.000 ກີບ/ຄັ້ງ
ຄ່າບໍລິການບັດ
60.000  ກີບ/ຕໍ່ປີ
ຕິດຕໍ່ ສອບ​ຖາມ​ຂໍ້​ມູນ​ເພີ້ມ​ເຕີມ
  • ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ສຳນັກງານ​ໃຫຍ່
  • ສູນ​ບໍລິການ​ບັດ​ອີ​ເລັກ​ໂທຼນິກ ​ແລະ ຜະລິດ​ຕະພັນ​ບັດ ​ໂທລະສັບ 021-262935, 213200 ຕໍ່ 608, 603
 
 
 
   
All Rights Reserved. Copyright © 2005-2008. BANQUE POUR LE COMMERCE EXTERIEUR LAO
Designed and Developed by CYBERIA