banner
 
 

 
 
Business Banking and Business Accounts
 
 
ບັນດາວິສາຫະກິດຂະໜາດກາງ ແລະ ຂະໜາດໃຫ່ຍທີ່ມີການດຳເນີນທຸລະກິດໃນຫຼາຍຮູບແບບ ແລະ ຕ້ອງການບັນຊີທີ່
ເໜາະສົມກັບຂອງທຸລະກິດທ່ານ. ການໃຫ້ບໍລິການ ລະບົບທະນາຄານ ຂອງ ທຄຕລ ແມ່ນສາມາດໃຫ້ບໍລິການທ່ານ ບໍ່ວ່າ
ຈະເປັນເງິນກູ້ສິນເຊື່ອ ແລະ ບັນຊີທຸລະກິດ ຕາມຄວາມຕ້ອງການຕ່າງໆ.
ບັນຊີເງິນຝາກກະແສລາຍວັນ (ບັນຊີແຊັກ)
ບັນຊີເງິນຝາກກະແສລາຍວັນ ແມ່ນອຳນວຍຄວາມສະດວກຢ່າງກ້ວາງຂວາງໃນແຕ່ລະວັນເຊັ່ນ: ການສັ່ງຈ່າຍດ້ວຍແຊັກແລະ
ການຖອນເງິນສົດ. ລູກຄ້າຕ້ອງຮັກສາວົງເງິນຕິດບວກໃນກະແສລາຍວັນ, ຖ້າບໍ່ດັ່ງນັ້ນ ຈະບໍ່ສາມາດຂໍເບິກເງິນເກີນບັນຊີສຳ
ລັບບັນຊີທີ່ເປັນເງິນຕາຕ່າງປະເທດ ແມ່ນຈະຕ່ອງຄ້າງໄວ້ຢ່າງໜ້ອຍແມ່ນ 1.000 ໂດລາ ສຳລັບບັນຊີເງິນໂດລາ ແລະ
40.000 ບາດ ສຳລັບເງິນບາດ.
ການບໍລິການສິນເຊື່ອ

ເມື່ອທ່ານຕ້ອງການທືນໜູນວຽນ ເພື່ອຕອບສະໜອງຄວາມຕ້ອງການ ທາງດ້ານການເງິນໃຫ້ແກ່ການຄ້າ, ການດຳເນີນທຸລະ
ກິດ ແລະ ຂະຫຍາຍທຸລະກິດຂອງທ່ານ, ທຄຕລ ມີຄວາມຕັ້ງໃຈທີ່ຈະສົ່ງເສີມທຸລະກິດຂອງທ່ານ (ຕາມການປະເມີດຄວາມ
ສ່ຽງ ) ໂດຍການໃຫ້ບໍລິການດ້ານເງິນກູ້ ແລະ ສິນເຊື່ອໄລຍະສັ້ນ 1 ປີ ແລະ ໄລຍະຍາວເຖິງ 3 ປີ. ນອກຈາກນີ້ ທຄຕລ
ກໍ່ຍັງຈະໃຫ້ຄວາມສະດວກ ໂດຍການໃຫ້ບໍລິການເງິນກູ້ແບບປະຕູດຽວ ສຳລັບເງິນກູ້ໄລຍະຍາວ ທັ້ງນີ້ກໍ່ເພື່ອເປັນການເຂົ້າ
ເຖິງຕະຫຼາດ ແລະ ສ້າງເງື່ອນໄຂທາງດ້ານການເງິນໃຫ້ແກ່ລູກຄ້າ.

International Services, Trade and Foreign Exchange Services
ທຄຕລ ໄດ້ໃຫ້ບໍລິການລະບົບທະນາຄານແບບສາກົນ ຢ່າງເຕັມຮູບແບບ ບໍ່ວ່າຈະເປັນ ການອອກໜັງສິນເຊື່ອ ເພື່ອຮຽກເກັບ
ໃນການນຳເຂົ້າ ແລະ ສົ່ງອອກ, ອອກໜັງສືຄ້ຳປະກັນ ແລະ ປະມູນພັນທະບັດ, ການໂອນເງິນ ສຳລັບສະສາງ ທັງພາຍ
ໃນ ແລະ ຕ່າງປະເທດ.
 
 
 
   
All Rights Reserved. Copyright © 2005-2008. BANQUE POUR LE COMMERCE EXTERIEUR LAO
Designed and Developed by CYBERIA