ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
**********************
ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ວຽງຈັນ, ວັນທີ.....................
ສານອວຍພອນ
ວັນກຳມະກອນສາກົນ ຄສ 2008.
ເຖິງ: ບັນດາລູກຄ້າຂອງ ທະນາຄານການຄ້າຕ່າງປະເທດລາວທຸກທ່ານ
ເນື່ອງໃນໂອກາດ ວັນກຳມະກອນສາກົນ ຄສ 2008 ທີ່ຈະໝູນວຽນຄົບຮອບອີກວາລະໜຶ່ງ, ໃນນາມຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ຂໍຕາງໜ້າໃຫ້ ຄະນະບໍລິຫານງານ ພ້ອມດ້ວຍພະນັກງານວິຊາການທັງໝົດ ຂໍອວຍພອນໄຊອັນປະເສີດມາຍັງ ບັນດາລູກຄ້າທຸກໆທ່ານ ຈົ່ງມີແຕ່ຄວາມຜາສຸກ, ມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດໃນທຸກວຽກງານຂອງຕົນ.
ທະນາຄານການຄ້າຕ່າງປະເທດລາວ ຂໍຂອບໃຈນຳລູກຄ້າທຸກໆ ທ່ານທີ່ນຳໃຊ້ບໍລິການຂອງ ທຄຕລ ຕະຫຼອດມາ, ພວກຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາວ່າຈະເຮັດທຸກສິ່ງ ທຸກຢ່າງເພື່ອປັບປຸງຂອດ ບໍລິການໃຫ້ເປັນທີ່ເພີ່ງພໍໃຈແກ່ລູກຄ້າທຸກທ່ານ, ຈະພັດທະນາລະບົບທະນາຄານ ໄປສູ່ທັນສະໄໝ, ໃຫ້ມີຄວາມວ່ອງໄວ, ປອດໄພ, ສືບຕໍ່ປະກອບສ່ວນຊຸກຍູ້ ແລະ ພັດທະນາ ເສດຖະກິດຂອງປະເທດ ໃຫ້ຈະເລີນກ້າວໜ້າໄປເລື້ອຍໆ, ໃຫ້ສົມກັບຄຳຂວັນຂອງ ທະນາຄານການຄ້າຕ່າງປະເທດລາວ ທີ່ວ່າ ”ທັນສະໄໝ, ວ່ອງໄວ, ໝັ້ນໃຈ” ແລະ ຢູ່ຄຽງຂ້າງທ່ານຕະຫຼອດໄປ.
ດ້ວຍຄວາມນັບຖື ແລະ ຮັກແພງທຸກທ່ານ.
ຜູ້ອຳນວຍການ
ທະນາຄານການຄ້າຕ່າງປະເທດລາວ